ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເກີດ​ນ້ຳ​ຖ້ວມ ຮຸນ​ແຮງ​ໃນ​ອິນ​ເດຍ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 13 ຄົນ

     ສຳນັກ​ຂ່າວສານ​ຊິນ​ຮວາ, ລາຍງານວັນ​ທີ 19 ທັນວາ ​ນີ້, ເກີດ​ຝົນຕົກ​ຢ່າງ​ໜັກໃນ​ຫຼາຍ​ພື້ນ​ທີ່ ໃນ​ລັດ​ທະມິນ​ນາ​ດູ ທາງ​ພາກ​ໃຕ້ ຂອງ
​ອິນ​ເດຍ ເຮັດ​ໃຫ້​ເກີດ​ນ້ຳ​ຖ້ວມ ເປັນ​ບໍລິເວນ​ກວ້າງ, ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ 13 ຄົນ ແລະ ສົ່ງ​ຜົນ​ກະທົບ​ກັບການ​ບໍລິການ​ລົດໄຟ, ເຈົ້າ​ໜ້າ
ທີ່ກ່ຽວຂ້ອງ ຕ້ອງເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນ ທີ່​ຕົກ​ຄ້າງ.

     ປັດຈຸບັນໜ່ວຍ​ກູ້​ໄພ ເລັ່ງ​ນຳ​ເຮືອ​ຢາງຊ່ວຍເຫຼືອປະຊາຊົນຈາກ​ເຮືອນ ແລະ ວັດ​ຕ່າງໆ ພ້ອມ​ທັງນຳ​ອາຫານໄປ​ແຈກ​ຢາຍ ໃຫ້​ຜູ້ທີ່​ບໍ່​ສາ
ມາດເຄື່ອນ​ຍ້າຍອອກ​ຈາກ​ເຮືອນ ໄປ​ຍັງສະຖານທີ່ປອດ​ໄພ​ໄດ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/12/2023